ທຸກຄົນຟຶກອ່ານໜັງສືໃຫ້ເປັນນິໄສກັນແລ້ວ ຫຼື ຍັງ?

  • BFIV Posts
  • 5 June 2023
  • 1 Min. Read

1. ຊ່ວຍກະຕຸ້ນການເຮັດວຽກຂອງສະຫມອງ.

ສະຫມອງກໍຕ້ອງການອອກກໍາລັງກາຍເພື່ອໃຫ້ແຂງແຮງ ແລະ ມີສຸຂະພາບດີຢູ່ສະເໝີເຊັ່ນດຽວກັນກັບຮ່າງກາຍ ການອ່ານຫນັງສືຄືການອອກກໍາລັງກາຍສະຫມອງ ເຮັດໃຫ້ສະຫມອງຂອງພວກເຮົາໄດ້ຄິດ ແລະ ໄດ້ເຮັດວຽກຕະຫຼອດເວລາ. ອີງຕາມການສຶກສາພົບວ່າການກະຕຸ້ນການເຮັດວຽກຂອງສະໝອງຢ່າງສະໝຳສະເໝີແມ່ນສາມາດຊ່ວຍປ້ອງກັນການເປັນພະຍາດອັນໄຊສເມີ (Alzheimer) ແລະ ຊ່ວຍພັດທະນາຄວາມຊົງຈໍາໄດ້

ເຊັ່ນ: ເມື່ອເຮົາອ່ານຫນັງສື ເຮົາຈະຈື່ຈໍາຕົວລະຄອນຂອງເລື່ອງ ແລະ ລາຍລະອຽດປີກຍ່ອຍຕ່າງໆ ເຊິ່ງທຸກຄັ້ງມີຄວາມຊົງຈໍາໃຫມ່ໆ ສະຫມອງກໍຈະເກັບຂໍ້ມູນເຫຼົ່ານັ້ນໄວ້ ແລະ ຈະກັບມາເມື່ອພວກເຮົາຕ້ອງການໃຊ້ງານ ຍິ່ງອ່ານໜັງສືຫຼາຍ ສະໝອງຈະເຮັດຫນ້າທີ່ໃນການຈື່ຈຳໄດ້ຫຼາຍຂຶ້ນ.

2. ຫຼຸດພອນຄວາມຄຽດ ແລະ ຈິດໃຈສະຫງົບຫຼາຍຂຶ້ນ.

ທຸກຄັ້ງທີ່ເຮົາຕິດຢູ່ກັບການອ່ານຫນັງສືທີ່ດີ ຄວາມຄຽດຈາກການເຮັດວຽກ ຫຼື ບັນຫາສ່ວນຕົວຕ່າງໆ ທີ່ເຮົາພົບເຈີຈະຖືກລືມທັນທີ ການອ່ານນະວະນິຍາຍມ່ວນໆ ຈະພາເຮົາໄປສູ່ໂລກອີກໂລກໜຶ່ງ.

ໃນຂະນະທີ່ການອ່ານບົດຄວາມດີໆຈັກບົດໜຶ່ງກໍສາມາດຊ່ວຍໃຫ້ເຮົາສຸມໃສ່ຢູ່ກັບປັດຈຸບັນ ແລະ ລືມຄວາມກັງວົນຕ່າງໆຂອງເຮົາໄດ້. ນອກຈາກຈະຊ່ວຍໃຫ້ເຮົາຜ່ອນຄາຍແລ້ວ ການອ່ານຫໜັງສື່ກ່ຽວກັບສາສະໜາ ຍັງສາມາດຊ່ວຍໃຫ້ເຮົາຮູ້ສຶກສະຫງົບໄດ້ເຊັ່ນກັນ.

3. ໄດ້ຮັບຄວາມຮູ້.

ທຸກຢ່າງທີ່ເຮົາອ່ານຈະເປັນການເພີ່ມຄວາມຮູ້ຂອງເຮົາທັງນັ້ນ ເຊິ່ງເຮົາບໍ່ຮູ້ເລີຍວ່າເຮົາອາດຈະນໍາເອົາຄວາມຮູ້ ເຫຼົ່ານັ້ນອອກມາໃຊ້ຕອນໃດ ຍິ່ງເຮົາມີຄວາມຮູ້ຫຼາຍເທົ່າໃດ ຍິ່ງຈະເຮັດໃຫ້ເຮົາໄດ້ປຽບຫຼາຍກວ່າຄົນອື່ນ ເມື່ອປະເຊີນກັບບັນຫາ ແລະ ສິ່ງທ້າທາຍຕ່າງໆ ສິ່ງຂອງ ຫຼື ເງິນຄຳ ອາດຈະຖືກລັກໄປ ແຕ່ຄວາມຮູ້ແມ່ນສິ່ງທີ່ບໍ່ມີໃຜສາມາດເອົາໄປຈາກເຮົາໄດ້.

4. ມີທັກສະການສື່ສານທີ່ດີ.

ຍິ່ງເຈົ້າອ່ານຫຼາຍເທົ່າໃດ ເຈົ້າກໍຈະມີສັບຄຳເວົ້າຫຼາຍຂື້ນ ແລະ ຄຳສັບເຫຼົ່ານັ້ນຈະຖືກນໍາມາໃນຊີວິດປະຈໍາວັນແບບຫຼີກລ່ຽງບໍ່ໄດ້ເລີຍ ການຂຽນປື້ມດີໆ ຈະສົ່ງຜົນຕໍ່ການຂຽນຂອງຄົນທີ່ອ່ານ ເຊິ່ງຈະໄດ້ຊຶມຊັບວິທີ ແລະ ສະໄຕຮ ການຂຽນແບບນັກຂຽນຄົນນັ້ນ. ຈະຊ່ວຍໃຫ້ເຮົາພັດທະນາທັກສະການຂຽນຂອງຕົນເອງໃຫ້ດີກວ່າເກົ່າ. ຄົນທີ່ມີຄວາມສາມາດໃນອ່ານ ແລະ ເວົ້າ ມີຄວາມຮູ້ກວ້າງຂວາງ ມີຄວາມເປັນໄປໄດ້ສູງທີ່ຈະເຕີບໂຕໃນໜ້າທີ່ການງານຫຼາຍກ່ວາຄົນທີ່ມີຄົນມີຄວາມຮູ້ໃນດ້ານຕ່າງໆນ້ອຍ. ນອກຈາກນັ້ນ ການອ່ານໜັງສືພາສາຕ່າງປະເທດຍັງຊ່ວຍໃຫ້ຮຽນຮູ້ພາສາໃໝ່ໆ ເພາະວ່າເຮົາຈະໄດ້ຄໍາສັບໃຫມ່ໆ ເຊິ່ງຈະເຮັດໃຫ້ການເວົ້າ ແລະ ການຂຽນພາສານັ້ນໄດ້ຄ່ອງແຄ້ວຫຼາຍຂື້ນ.

5. ມີທັກສະການຄິດວິເຄາະ

ທ່ານເຄີຍອ່ານນະວະນິຍາຍນັກສືບສວນສອບສວນແລ້ວຄິດທີ່ຈະແກ້ໄຂບັນຫາດ້ວຍຕົວທ່ານເອງກ່ອນທີ່ຈະອ່ານຫນັງສືຈົບ ຫຼື ບໍ່? ການເກັບລາຍລະອຽດໃນເລື່ອງແລ້ວວິເຄາະເລື່ອງຕ່າງໆ ທີ່ເກີດຂື້ນ ຫຼື ຊອກຫາຕົວຄົນຮ້າຍໄດ້ເປັນຕົວຢ່າງຫນຶ່ງ ຂອງການນໍາໃຊ້ທັກສະການຄິດວິເຄາະ ການວິພາກວິຈານນະວະນິຍາຍໃນດ້ານຕ່າງໆ ບໍ່ວ່າຈະເປັນຊື້ເລື່ອງ,ບຸກຄະລິກກະພາບຂອງຕົວລະຄອນ, ຄວາມຫຼື່ນໄຫຼຂອງເນື້ອເລື່ອງ ລວມທັງການສະແດງຄວາມຄິດເຫັນກັບຄົນອື່ນອື່ນໆ ກ່ຽວກັບໜັງສືເຫຼັ່ມນັ້ນ ກໍເປັນການຊ່ວຍພັດທະນາທັກສະການຄິດວິເຄາະໄດ້ເຊັ່ນກັນ.

6. ມີສະມາທິຈົດຈໍ່ຢູ່ກັບສິ່ງໃດສິ່ງໜຶ່ງຫຼາຍຂື້ນ

ໃນໂລກອິນເຕີເນັດໄດ້ກາຍເປັນສ່ວນຫນຶ່ງທີ່ສໍາຄັນໃນຊີວິດປະຈໍາວັນຂອງພວກເຮົາ. ມີຫຼາຍສິ່ງຫຼາຍຢ່າງທີ່ດຶງດູດຄວາມສົນໃຈຂອງຄົນເຮົາໃນເວລາດຽວກັນ.ຫຼາຍຄົນສາມາດເຮັດວຽກ,ອ່ານອີເມວ,ສົນທະນາກັບຫມູ່ເພື່ອນ, ອ່ານສະຕໍຣີ ແລະ ລົມໂທລະສັບກັບເພື່ອນຮ່ວມງານໄດ້ພາຍໃນເວລາພຽງແຕ່ 5 ນາທີ ເຊິ່ງພຶດຕິກຳແບບນີ້ ຈະເຮັດໃຫ້ຄວາມສາມາດໃນວຽກງານຂອງເຮົາຫຼຸດລົງ ແລະ ອາດເປັນສາເຫດໃຫ້ເກີດຄວາມເຄັ່ງຄຽດໄດ້, ແຕ່ເວລາເຮົາໄດ້ອ່ານໜັງສືແລ້ວເຮົາກໍຈະໃສ່ໃຈ ແລະ ໂຟກັສໄປທີ່ເລື່ອງຕ່າງໆໃນສື່ເທົ່ານັ້ນ. ກ່ອນເລີມເຮັດວຽກ ລອງຫາເວລາອ່ານໜັງປະມານ 15-20 ນາທີ ແລ້ວເຈົ້າຈະເຫັນວ່າມັນສາມາດຊ່ວຍໃຫ້ເຮົາມີສະມາທິໃນການເຮັດວຽກຫຼາຍຂື້ນ.

7. ໃຫ້ຄວາມບັນເທີງ

ການອ່ານເປັນວິທີສ້າງຄວາມບັນເທີງໃຫ້ກັບຕົວເອງວິທີໜຶ່ງ ຫຼາຍຄົນມີຄວາມສຸກກັບການໄດ້ຊື້ປຶ້ມ ແຕ່ສໍາລັບບາງຄົນການໄປຢືມປື້ມຈາກຫໍສະຫມຸດເປັນທາງເລືອກທີ່ດີກວ່າ ເພາະຫໍສະໝຸດມີປຶ້ມຫຼາກຫຼາຍປະເພດ ໃຫ້ທ່ານເລືອກອ່ານໂດຍບໍ່ຕ້ອງເສຍເງິນຈຳນວນຫຼາຍເພື່ອມາຊື້ປື້ມ ແລະ ຫໍສະຫມຸດມັກຈະນຳເອົາປຶ້ມໃຫມ່ໆເຂົ້າມາສະເໝີ. ແນວໃດກໍຕາມຮາກເຮົາບໍ່ສະດວກໃນການທີ່ຈະໄປຫໍສະໝຸດເຮົາກໍສາມາດອ່ານປຶ້ມຜ່ານອຸປະກອນເອເລັກໂຕຼນິກຕ່າງໆໄດ້ ເພາະທຸກມື້ນີ້ມີປຶ້ມຫຼາຍຫົວທີມີເກັບໄວ້ໃນຮູບແບບຂອງ e-book ຫຼື PDF ທີສາມາດດາວໂຫຼດໄດ້ຟຣີ.

ທຸກຄົນມີຄວາມຄິດເຫັນແນວໃດສາມາດຄອມເມັນໃຕ້ຄອມເມັນໄດ້ເດີ🤗✍️

ຂໍຂອບໃຈທີ່ເຂົ້າມາອ່ານ😊🙏

ຂໍ້ມູນຈາກ:jobthai

Frequently asked
questions

Once you know your audience, choose a topic that will resonate with them. Look for trending topics in your industry or address common questions or challenges your audience may be facing. Keep in mind that your topic should be both interesting and relevant to your audience

Book Fest

ຮູບ ຄຳໝັ້ນສັນຍາ
Board Member