ບົດນຳສະເໜີ

ໂຄງການຈັດງານ

ບຸນມະໂຫລານ ສົ່ງເສີມການອ່ານ
ປີ 2024

About Bookfest.

ບ່ອນອີງ:

▪️ ໂດຍອີງຕາມໜັງສືສະເໜີຂອງຄະນະກອງເລຂາຄະນະຈັດງານ ບຸນມະໂຫລານ ສົ່ງເສີມການອ່ານເຖິງ ທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 0104/ສອນວ ລົງວັນທີ 12/12/2022
▪️ ໂດຍອີງຕາມໜັງສືແຈ້ງຕອບຂອງຫ້ອງການ ກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 287/ຫກ
▪️ ໂດຍອີງຕາມ ໜັງສືເຊີນ ຂອງຫ້ອງການ ກະຊວງສຶກສາທິການແລະ ກິລາ ສະບັບເລກທີ 409/ຫກ ລົງວັນທີ 30 ມັງກອນ 2023 ວ່າດ້ວຍການເຂົ້າຮ່ວມກອງປະຊຸມປຶກສາຫາລື ຫ່ນກະກຽມຈັດງານບຸນມະໂຫລານສົ່ງເສີມການອ່ານ ຄັ້ງວັນທີ 8 ກຸມພາ 2023

ທີ່ມາຂອງການຈັດງານ

ບູນມະໂຫລານສົ່ງເສີມການອ່ານ ຄັ້ງທີ 3 Bookfestival 2022
ຫົວຂໍ້ "ຮູ້ຮັກພາສາລາວ"

ຈາກຜົນສຳເລັດອັນຈົບງາມຂອງງານ ບຸນມະໂຫລານສົ່ງເສີມການອ່ານນະຄອນຫຼວງວຽງຈັນ ໃນປີ 2019 ທິ່ສູນການຄ້າສາກົນ WTC ພາຍໃຕ້ຄຳຂວັນ“ສ້າງການອ່ານໃຫ້ເປັນວັດທະນະທຳ ນຳຄວາມຮູ້ສູ່ຄວາມກ້າວໜ້າຢ່າງຍືນຍົງ” ທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 65 ພັນຄົນດ້ວຍກິດຈະກຳໃນງານຫຼາຍກວ່າ10ລາຍການ ແລະ ຄັ້ງທິ 2 ໃນປີ 2020 ທີ່ສູນການຄ້າວຽງຈັນເຊັນເຕີ້ ຢ່າງຄຶກຄື້ນ ທີ່ສ້າງປະສົບການໃໝ່ກັບນັກຮຽນ-ນັກສຶກສາ ທີ່ສົນໃຈໃນການອ່ານ ແລະ ຈາກສະຖານະການໂຄວິດ 19 ລະບາດເປັນວົງກວ້າງຈິ່ງບໍ່ສາມາດສືບຕໍ່ຈັດງານໄດ້ໃນປີ 2021 ມາຮອດປີ2022 ງານບຸນມະໂຫລານສົ່ງເສີມການອ່ານຈິ່ງກັບມາອີກຄັ້ງ ພາຍໃຕ້ຫົວຂໍ້”ຮູ້ຮັກພາສາລາວ”

ເປົ້າໝາຍ

- ເພື່ອເປັນການສ້າງສະພາບແວດລ້ອມ ພັດທະນາວຽກງານການສຶກສາໃຫ້ທັນຍຸກສະໄໝ.
- ເພື່ອສົ່ງເສີມໃຫ້ນັກຮຽນ-ນັກສຶກສາເຂົ້າເຖິງຄວາມຮູ້, ຂໍ້ມູນຂ່າວສານໄດ້ຢ່າງຖືກຕ້ອງ
- ເພື່ອສົ່ງເສີມໃຫ້ນັກສຶກສາ, ໄວຫນຸ່ມ ຫຼື ບຸກຄົນທົ່ວໄປ ສາມາດນໍາເອົາທັກສະຕ່າງໆຂອງຕົນມາສະແດງອອກໃຫ້ສັງຄົມໄດ້ຮັບຮູ້

ຄວາມເປັນມາຂອງ
ການຈັດງານ.

ພາຍໃຕ້ຄຳຂວັນ “ສ້າງການອ່ານໃຫ້ເປັນວັດທະນະທຳ ນຳຄວາມຮູ້ສູ່ຄວາມກ້າວໜ້າຢ່າງຍືນຍົງ” ທີ່ມີຜູ້ເຂົ້າຮ່ວມກວ່າ 65 ພັນຄົນ ດ້ວຍກິດຈະກໍາໃນງານກວ່າ 50 ລາຍການ ແລະ ຄັ້ງທີ 2, 3, 4, 5 ທີ່ຜ່ານມາ ຢ່າງຄຶກຄື້ນ ຟົດຟື້ນ, ມ່ວນຊື່ນ, ສ້າງສັນ ວຽກງານການສຶກສາ ສ້າງຄົນ,ແລະ ໄດ້ສ້າງປະສົບການໃຫມ່ໃຫ້ກັບນັກຮຽນ-ນັກສຶກສາ ຫັນມາສົນໃນໃຈໃນການອ່ານ ເພື່ອພັດທະນາການດຳລົງຊີວິດຂອງຕົນເອງໃຫ້ກ້າວທັນຍຸກສະໄໝ. ມາຮອດປັດຈຸບັນນີ້ ພາບໃຕ້ການຊີ້ນຳຂອງທ່ານ ສິນລະວົງ ຄຸນໄພທູນ ກຳມະການກົມການເມືອງ ສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ, ຊາວນະຄອນຫຼວງວຽງຈັນ ຈະໄດ້ກັບມາສຳພັດກັບ ງານບຸນມະໂຫລານສົ່ງເສີມການອ່ານອີກຄັ້ງ ຄື ຄັ້ງທີ 4.
ໃນລະຫວ່າງວັນທີ 27/11-03/12/2023

Frequently asked
questions

Once you know your audience, choose a topic that will resonate with them. Look for trending topics in your industry or address common questions or challenges your audience may be facing. Keep in mind that your topic should be both interesting and relevant to your audience

Book Fest

ຮູບ ຄຳໝັ້ນສັນຍາ
Board Member