ການອ່ານຊູຊ່ວຍໃຫ້ ໄຂເປີດປັນຍາເເຫລມເເນມການໄກວິໄສທັດ ສະຫຼາດເເຫຼມໄກກ້າວປຽບດັ່ງເດືອນດາວເເຈ້ງ ຕະກຽງໄຟສາດສ່ອງພ້ອມປະຄອງຂີດຂ້າ ຄວາມຈ້າໂງ່ງົມ ທ່ານເອີຍ📔.
📣 ຂໍເຊີນຊວນບັນດາທ່ານຈັບມືພໍ່ແມ່, ລູກຫຼານ, ໝູ່ຄູ່ ເຂົ້າຮ່ວມງານ
“ ບຸນມະໂຫລານສົ່ງເສີມການອ່ານ ຄັ້ງທີ III ປະຈຳປີ 2022” ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 9 - 13 ພະຈິກ 2022 💕
📍 ສະຖານທີ່ ສູນການຄ້າ ວຽງຈັນເຊັນເຕີ (VTC), ຖະໜົນຄູວຽງ, ນະຄອນຫຼວງວຽງຈັນ ພາຍໃຕ້ຄຳຂວັນ " ສ້າງການອ່ານໃຫ້ເປັນວັດທະນະທຳ
ນຳຄວາມຮູ້ສູ່ຄວາມກ້າວໜ້າຢ່າງຍືນຍົງ " ເພື່ອຍົກສູງບົດບາດການອ່ານ ພ້ອມທັງເປັນການຊຸກຍູ້ສົ່ງເສີມ ແລະ ຊ່ວຍເຫຼືອບັນດາໂຮງຮຽນຕ່າງໆໃນປະເທດລາວ
ທີ່ຍັງມີປຶ້ມອ່ານ ແລະ ອຸປະກອນການຮຽນ-ການສອນທີ່ບໍ່ພຽງພໍ 📖📚📝
📌ພິເສດ! ພາຍໃນງານທ່ານຈະໄດ້ພົບກັບ ການປະກວດ-ການແຂ່ງຂັນເພື່ອຊິງລາງວັນຈຳນວນຫຼາຍ ແລະ ກິດຈະກໍາຕ່າງໆໃຫ້ຜູ້ເຂົ້າຮ່ວມທຸກເພດທຸກໄວ
ໄດ້ຮ່ວມມ່ວນຊື່ນຄຽງຄູ່ໄປກັບການຮຽນຮູ້, ການເຝິກທັກສະ-ຄວາມສາມາດ ແລະ ຍັງໄດ້ສຸຂະພາບທີ່ດີ ຈາກກິດຈະກໍາກິລາ.
📌ນອກຈາກນີ້, ຍັງເປັນບ່ອນແບ່ງປັນ ແລກປ່ຽນຮຽນຮູ້ຂອງບັນດາຜູ້ມີປະສົບການ ແລະ ຜູ້ທີ່ປະສົບຜົນສໍາເລັດຈາກຫຼາກຫຼາຍຂະແໜງການ
ເພື່ອໃຫ້ທຸກຄົນໄດ້ຮຽນຮູ້ເພື່ອສາມາດເອົາໄປປັບປຸງ, ໝູນໃຊ້ ແລະ ພັດທະນາຕົນເອງໃນຊີວິດປະຈໍາວັນໄດ້ອີກດ້ວຍ.
📍ຢ່າລືມຢ່າພາດ📍ແລ້ວພົບກັນ ທີ່ ສູນການຄ້າວຽງຈັນເຊັນເຕີ ໄວໆນີ້.