ຮັບຟັງການລາຍງານຄວາມຄືບໜ້າການກະກຽມງານ ບຸນມະໂຫລານ ສົ່ງເສີມການອ່ານ ຄັ້ງທີ 3 ປະຈຳປີ 2022
ໃນກອງປະຊຸມ ທ່ານ ມານະ ແຈ້ງມຸກ ຫົວໜ້າກອງເລຂາຈັດງານ ໄດ້ລາຍງານຄວາມຄືບໜ້າຂອງການກະກຽມງານ ແລະ ທ່ານ ບົວລຽນ ວົງສີສຸພັນ ຜູ້ຈັດກງານໂຄງການ ໄດ້ລາຍງານ ກິດຈະກຳ ແລະ ອັບເດດຕາຕະລາງຈັດງານໃຫ້ ປອ.ໄຊບັນດິດຮັບຊາບ ໃນໂອກາດນີ້ ທ່ານ ປອ.ໄຊບັນດິດ ໄດ້ຊີ້ນຳບາງໜ້າວຽກເຊັ່ນ: ການກະກຽມກິດຈະກຳ, ການເຊື້ອເຊີນຜູ້ສະໜັບສະໜູນ ແລະ ຫົວຂໍ້ໃນການສົນທະນາທີ່ສຳຄັນໃນງານ ທີ່ສຳຄັນທ່ານຍັງໄດ້ເນັ້ນຍ້ຳໃຫ້ມີການໂຄສະນາເຜີຍແຜ່ໃຫ້ກວ້າງຂວາງເທົ່າທີ່ຈະຫຼາຍໄດ້ເພື່ອໃຫ້ຫຼາຍພາກສ່ວນໄດ້ມີໂອກາດມາຮ່ວມສົ່ງເສີມການອ່ານຮ່ວມກັນ.
ຂໍຂອບໃຈທີ່ເຂົ້າມາອ່ານ😊🙏