ພາບບັນຍາກາດ ຂອງກອງປະຊຸມສະຫຼຸບຜົນສຳເລັດ '' ງານບຸນມະໂຫລານສົ່ງເສີມການອ່ານ ນະຄອນຫຼວງວຽງຈັນ ຄັ້ງທີ I ປະຈໍາປີ 2019 ''
'' ງານບຸນມະໂຫລານສົ່ງເສີມການອ່ານ ນະຄອນຫຼວງວຽງຈັນ ຄັ້ງທີ I ປະຈໍາປີ 2019 '' ຈັດຂຶ້ນທີ່ ພະແນກຖະແຫຼງຂ່າວ,
ວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ ຄັ້ງວັນທີ 02 ສິງຫາ 2019 ທີ່ຜ່ານມາ ໂດຍການເປັນປະທານ ຂອງ ທ່ານ ພອນຈັນ ແພງພູວັນ
ຮອງຫົວໜ້າພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ນວ ເຊິ່ງຈຸດປະສົງຂອງການປະຊຸມໃນຄັ້ງນີ້ ແມ່ນ ເພື່ອເປັນການແລກປ່ຽນຄວາມຄິດເຫັນ ແລະ ຖອດຖອນບົດຮຽນ
ງານບຸນມະໂຫລານສົ່ງເສີມການອ່ານ ນະຄອນຫຼວງວຽງຈັນ ຄັ້ງທີ I ແລະ ເພື່ອສືບຕໍ່ຄົ້ນຄວ້າແຜນງານບຸນມະໂຫລານສົ່ງເສີມການອ່ານ ນະຄອນຫຼວງວຽງຈັນ ຄັ້ງທີ II ທີ່ຈະໄດ້ຈັດຂຶ້ນທີ່
ສູນການຄ້າວຽງຈັນເຊັນເຕີ ໃນລະຫວ່າງວັນທີ 19-27 ຕຸລາ 2019 ນີ້.