ບຸນມະໂຫລານສົ່ງເສີມການອ່ານ ນະຄອນຫຼວງວຽງຈັນ ຄັ້ງທີ 2
ທີມງານ ບຸນມະໂຫລານສົ່ງເສີມການອ່ານ ນະຄອນຫຼວງວຽງຈັນ ຄັ້ງທີ 2 ໄດ້ຈັດຂຶ້ນ ທີ່ສູນການຄ້າ ວຽງຈັນເຊັນເຕີ ໃນວັນທີ 17-18/8/2019 ທີ່ຫາກໍຜ່ານມານີ້😍 ເຫັນໃຜໜ້າຄຸ້ນໆ ແທັກໄປເລີຍ 😆
👉ໃຜທີ່ຢາກຫຼິ້ນເກມມ່ວນໆ 👉ຢາກມີສ່ວນຮ່ວມໃນການບໍລິຈາກ 👉ເພື່ອຝາກກຳລັງໃຈໄປໃຫ້ອະນາຄົດຂອງຊາດ 👉ຈົ່ງຢ່າພາດທີ່ຈະມາພົບກັບພວກເຮົາ!😝
📍ພົບກັນໄດ້ອີກຄັ້ງທີ່ ສູນການຄ້າວຽງຈັນເຊັນເຕີ(ຊັ້ນ 1 ຂ້າງທາງຂຶ້ນລິບ) ຕັ້ງແຕ່ວັນທີ 24-25/8/2019 (ວັນເສົາ-ອາທິດນີ້) ເວລາ 10:30ໂມງເຊົ້າ - 8ໂມງແລງ
📌ພິເສດສຸດໆ ນອກຈາກຈະມີເກມແລ້ວ ທາງເຮົາຍັງກຽມເພງມ່ວນໆໄປສະແດງໃຫ້ຮັບຊົມຮັບຟັງພ້ອມເດີ📌
💗ເງິນທຸກກີບຂອງທ່ານ ຊ່ວຍສ້າງອະນາຄົດທີ່ສົດໃສໃຫ້ສັງຄົມໄດ້💗
*ໝາຍເຫດ: ສາມາດນຳອຸປະກອນການສຶກສາ ແລະ ກິລາມາບໍລິຈາກນຳກໍໄດ້ເດີ🙏🏻🙏🏻