ສະບາຍດີ! ມື້ທຳອິດຂອງເດືອນຕຸລາ 😊
ມາເລີ່ມຕົ້ນເດືອນດ້ວຍກິດຈະກຳດີໆນຳກັນເດີທຸກຄົນ🎉
📌ມື້ນີ້ VBF ຂໍສະເໜີ ການປະກວດບົດຄວາມ ພາສາອັງກິດ ຫົວຂໍ້ "ຄູໃນດວງໃຈ" 💗
1. 👉ເງື່ອນໄຂການສະໝັກ:
1). ຜູ້ສະໝັກຕ້ອງມີອາຍຸລະຫວ່າງ 15 - 25ປີ
2). ຜູ້ສະໝັກ 1 ຄົນສາມາດສົ່ງບົດຄວາມມາປະກວດໄດ້ 1 ບົດຄວາມ
3). ບົດຄວາມເປັນພາສາອັງກິດ
4). ເນື້ອໃນຂອງບົດຄວາມຕ້ອງສອດຄ່ອງກັບຫົວຂໍ້ "ຄູໃນດວງໃຈ"
5). ຂະໜາດໂຕອັກສອນ: 12-point
6). ຄວາມຍາວຂອງບົດຄວາມ: 350 - 450 ຄຳ
>>>ສາມາດສົ່ງບົດຄວາມເຂົ້າມາໄດ້ທີ່ email: organizervbf19@gmail.com ຫຼື ທີ່ບໍລິສັດປານຄຳຈຳປາ (ດົງປາລານ)<<<
2. 👉ລາງວັນ:
1). ລາງວັນຊະນະເລີດຈະໄດ້ຮັບທຶນການສຶກສາທີ English House
2). ລາງວັນຮອງຊະນະເລີດອັນດັບ 1 ແລະ 2 ຈະໄດ້ຮັບສ່ວນຫຼຸດຄ່າຮຽນທີ່ English House 50%
>>>ປິດຮັບສະໝັກວັນທີ 15/10/2019 ແລະ ປະກາດຜົນການແຂ່ງຂັນວັນທີ 27/10/2019<<<
ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ 030 5883111 ຫຼື whatsapp 020 5858 7385
📌ເຮົາຍັງມີອີກ 1 ໂອກາດດີໆມາມອບໃຫ້ທ່ານ, ຮັບໄວ້ເດີຖ້າບໍ່ຢາກເສຍໃຈພາຍຫຼັງ🤩
1.ຫົວຂໍ້ "ຄູໃນດວງໃຈ" 💓👨🏫
- ຜູ້ສະໝັກຕ້ອງມີອາຍຸ 15 ປີຂຶ້ນໄປ ແລະ ເປັນນ້ອງນັກຮຽນມັດທະຍົມສຶກສາຕອນປາຍ (ມໍ5, ມໍ6 ແລະ ມໍ7)👩🧑
- ບົດຄວາມເປັນພາສາລາວ
- ຄວາມຍາວຂອງບົດຄວາມແມ່ນ 3 - 5 ໜ້າເຈ້ຍ A4
- ຂະໜາດຂອງໂຕອັກສອນແມ່ນ 12
- ຜູ້ສະໝັກສາມາດພິມ ຫຼື ຂຽນເອົາກໍໄດ້
- ບົດຄວາມຕ້ອງຂຽນດ້ວຍຕົນເອງ ແລະ ບໍ່ເຄີຍຖືກຕີພິມມາກ່ອນ
- ຜູ້ສະໝັກ 1 ຄົນສາມາດສົ່ງບົດຄວາມເຂົ້າປະກວດໄດ້ 1 ບົດ
2. ຫົວຂໍ້ "ຂ້ອຍຮັກໃນອາຊີບການສອນ" 👩🏫💓:
- ບໍ່ຈຳກັດອາຍຸຂອງຜູ້ສະໝັກ, ອາຈານ ຫຼື ພໍ່ແມ່ຜູ້ປົກຄອງກໍ່ສາມາດສະມັກໄດ້👵👴
- ບົດຄວາມເປັນພາສາລາວ
- ຄວາມຍາວຂອງບົດຄວາມແມ່ນ 3 - 5 ໜ້າເຈ້ຍ A4
- ຂະໜາດຂອງໂຕອັກສອນແມ່ນ 12
- ຜູ້ສະໝັກສາມາດພິມ ຫຼື ຂຽນເອົາກໍໄດ້
- ບົດຄວາມຕ້ອງຂຽນດ້ວຍຕົນເອງ ແລະ ບໍ່ເຄີຍຖືກຕີພິມມາກ່ອນ
- ຜູ້ສະໝັກ 1 ຄົນສາມາດສົ່ງບົດຄວາມເຂົ້າປະກວດໄດ້ 1 ບົດ
✨ສາມາດສົ່ງບົດຄວາມຂອງທ່ານເຂົ້າມາໄດ້ທີ່ Email: organizervbf19@gmail.com ຫຼື ທີ່ບໍລິສັດປານຄຳຈຳປາ (ດົງປາລານ)✨
🌟ຜູ້ທີ່ຜ່ານການຄັດເລືອກຈະໄດ້ຮັບລາງວັນສຸດພິເສດ ພ້ອມທັງໂອກາດໃນການພັດທະນາທັກສະທາງດ້ານການຂຽນນຳຜູ້ມີປະສົບການ🌟
>>> ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ເບີ 030 5883111 ຫຼື whatsapp 020 7745 8855
Frequently asked
questions
ຮູບ
ຄຳໝັ້ນສັນຍາ
Board Member